ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ເປີດ​ປີ​ແລກປ່ຽນ​ວັດທະນະທຳ​ ຈີນ-ອາ​ຊຽນ 2024


     ວິທະຍຸ​ສາກົນ CRI ແຫ່ງ ​ສປ ຈີນ ໄດ້​ເຜີຍແຜ່​ວັນ​ທີ 5 ກຸມພາ 2024 ຜ່ານ​ມາ​ນີ້​ວ່າ: ພິທີ​ເປີດ​ປີ​ແລກປ່ຽນ​ວັດທະນະທຳ ຈີນ-ອາ
ຊຽນ
2024 ໄດ້​ຈັດ​ຂຶ້ນຢູ່​ນະຄອນ ຟູ​ໂຈ່ວ ແຂວງຟູ​ຈ້ຽນ. ໃນ​ໂອກາດ​ນີ້ ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ​ແຫ່ງ ​ສປ ຈີນ ແລະ ທ່ານ ສອນ
ໄຊ ສີ​ພັນ​ດອນ ນາຍົກ
ລັດຖະມົນຕີ​ແຫ່ງ ​ສປປ ລາວ ໄດ້​ສົ່ງ​ສານຊົມເຊີຍ ເຖິງ​ພິທີ​ເປີດ​ງານ​ດັ່ງກ່າວ.

     ມີ​ບັນດາ​ບຸກຄົນ​ສຳຄັນ​ທາງ​ການເມືອງ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ, ທູຕານຸທູດ ປະຈຳ ​ສປ ຈີນ, ຜູ້​ຮັບຜິດຊອບ​ອົງ​ການຈັດຕັ້ງ​ມິດຕະ
ພາບ ພ້ອມ​ດ້ວຍ​ຜູ້ຕາງໜ້າຈາກ​ວົງ​ການ​ເສດຖະກິດ, ຄັງ​ປັນຍາ, ສື່​ມວນ​ຊົນ, ເມືອງ​ແຮກສ່ຽວ ແລະ ອື່ນໆ 300 ກວ່າ​ຄົນ.

     ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ຮອງ​ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ໄດ້​ກ່າວ​ຄຳ​ປາ​ໄສ ໃນ​ພິທີ​ເປີດ​ວ່າ: ເຊື່ອ​ໝັ້ນ​ວ່າຜ່ານ​ກົນ​ໄກ​ທີ່​ມີ​ປະ
ສິດທິ​ຜົນ ແລະ ການ​ຮ່ວມ​ມືທີ່​ແໜ້ນ​ແຟ້ນ​ລະຫວ່າງ ອາ​ຊຽນ-ຈີນ, ສອງ​ຝ່າຍ ຈະ​ໄດ້​ຮັບ​ຜົນສຳເລັດ​ໃນ​ການ​ຮ່ວມ​ມື​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ພ້ອມ
​ທັງເຮັດ​ໃຫ້​ພາກ​ພື້ນ ອາ​ຊຽນ-ຈີນ ກາຍເປັນ​ພາກ​ພື້ນ​ທີ່​ມີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ແລະ ມີ​ການ​ເຊື່ອມ​ໂຍງເຊື່ອມ​ຈອດ​ກັນທີ່​ສະໜິດ
​ແໜ້ນ ແລະ ຈະເລີນ​ຮຸ່ງເຮືອງຍິ່ງ​ຂຶ້ນ​ກວ່າ​ເກົ່າ. ເດືອນກັນຍາປີ 2023, ຜູ້ນຳຈີນ-ອາຊຽນ ໄດ້ເປັນເອກະພາບກັນກຳນົດປີ 2024 ເປັນປີແລກ
ປ່ຽນວັດທະນະທຳ ຈີນ-ອາຊຽນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/02/2024